ກອງປະຊຸມ ປະກາດບັ້ນການ ສຳຫລວດພົນລະເມືອງ ແລະທີ່ຢູ່ອາໄສ ຄັ້ງທີ່ IV ປີ2015. ທີ່ສູນ (ICTC),ນະຄອນຫລວງວຽງຈັນ, ວັນທີ 25 ມີຖຸນາ 2014
ກອງປະຊຸມປຶກສາຫາລືທົບທວນຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດ
ກົດໝາຍວ່າດ້ວຍສະຖິຕິ (ວັນທີ 27/01/2015 ທີ່ຫໍປະປະຊຸມແຫ່ງຊາດ) ກອງປະຊຸມປຶກສາຫາລືທົບທວນຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດ
ກົດໝາຍວ່າດ້ວຍສະຖິຕິ
ໄດ້ເປີດເປັນທາງການໃນຕອນເຊົ້າຂອງວັນທີ 27/01/2015 ທີ່ຫໍປະປະຊຸມແຫ່ງຊາດ, ໂດຍການເປັນປະທານ ຂອງທ່ານ ສົມດີ ດວງດີ
ລັດຖະມົນຕີວ່າການ ກະຊວງແຜນການ
ແລະ ການລົງທຶນ, ມີບັນດາລັດຖະມົນຕີຊວ່ຍວ່າການ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະນັກ, ຮອງພະແນກ ແລະ ພະນັກງານສະຖິຕິ
ຂອງບັນດາກະຊວງ,
ຂະແໜງການອອ້ມຂ້າງສູນກາງ ແລະ
ສູນສະຖິຕິແຫ່ງຊາດເຂົ້າຮວ່ມຈໍານວນ
113
ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້
ແມ່ນໄດ້ຕີລາຄາ ແລະ ທົບທວນຄືນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສະຖິຕິ.
ເລີ້ມແຕ່ກົດໝາຍວ່າດ້ວຍສະຖິຕິ
ແລະ ຍຸດທະສາດ ການພັດທະນາລະບົບສະຖິຕິແຫ່ງຊາດ 2010-2020 ໄດ້ຖືກຮັບຮອງ ໃນ ປີ 2010 ເປັນຕົ້ນມາ ແລະ ໄດ້ເນັ້ນໜັກເຖິງການຈັດຕັ້ງສະບົບສະຖິຕິແຫ່ງຊາດ ເປັນຕົ້ນ
ແມ່ນກົງຈັກການຈັດຕັ້ງລະບົບສະຖິຕິສາຍຕັ້ງ,
ສາຍຂວາງ,
ການຜະລິດຂໍ້ມູນສະຖິຕິ
ທີ່ສໍາຄັນຂອງຕົວຊີ້ບອກກ່ຽວກັບ
ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະຫວັດດ້ານ ການພັດທະນາ (MDG), ຕົວຊີ້ບອກກ໋ຽວກັບສະຖິຕິສັງຄົມ,ສະຖິຕິເສດຖະກິດ,ສະຖິຕິການຂື້ນທະບຽນການເກີດ-ການຕາຍ,
ສະຖິຕິຂື້ນທະບຽນຫົວໜວ່ຍທຸລະກິດ,
ການບໍລິການ ແລະ
ເຜີຍແຜ່ລະຖິຕິທາງການ ນອກນັ້ນ,ກອງປະຊຸມຍັງໄດ້ປຶກສາຫາລືເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສະຖິຕິ,ເພື່ອເປັນການແລກປ່ຽນຄໍາຄິດຄໍາເຫັນ,
ແລກປ່ຽນ ປະສົບປະການ ແລະ
ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນເພື່ອການແກ້ໄຂບັນຫາທີ່ພົບພໍ້
ໃນການເຄື່ອນໄຫວວຽກງານສະຖິຕິຢູ່ໃນບັນດາກະຊວງ,ຂະແໜງການແຕ່ລະຂັ້ນ.ເພື່ອຄົ້ນຄວ້າກ່ຽວກັບການສ້າງເງື່ອນໄຂແລະປະຖົມປັດໃຈພື້ນຖານການຜະລິດສະຖິຕິເພື່ອກ້າວໄປສູ່ການຕອບສະໜອງຂໍ້ມູນສະຖິຕິທາງການໃຫ້ຄົບຖ້ວນ,
ທັນເວລາແລະໜ້າເຊື່ອຖືໄດ້.ເພື່ອປັບປຸງລະບົບສະຖິຕິແຫ່ງຊາດໃຫ້ມີຄວາມເຂັ້ມແຂງຢ່າງຮອບດ້ານຕາມທິດ
ແລະ ຄາດໝາຍບຸກທະລຸຂອງກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນ ປະຕິວັດລາວວາງອອກ
ເປັນຕົ້ນແມ່ນປັບປຸງຈິນຕະນາການ
ແລະ ພືດຕິກຳປ່ຽນແປງໃໝ່, ການປັບປຸງກົງຈັກການຈັດຕັ້ງ ແລະ ແຜນພັດທະນາຊັບພະຍາກອນມະນຸດ
ຂອງລະບົບການຈັດຕັ້ງສາຍຕັ້ງ
ແລະ ສາຍຂວາງ, ກົນໄກການປະສານງານ,ການເຮັດວຽກຮ່ວມກັນລະຫວ່າງສະຖິຕິສາຍຕັ້ງແລະສາຍຂວາງ.ບັນຫາສິ່ງທີ່ຫຍຸ້ງຍາກທີ່ປະເຊີນໜ້າ,
ທີ່ພົບພໍ້ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສະຖິຕິ
ຢູ່ໃນແຕ່ຂັ້ນຂະແໜງການ, ຂັ້ນແຂວງ, ເມືອງ ແລະ ບ້ານ ເພື່ອພ້ອມກັນຄິດ ແລະ ຊອກຫາທາງອອກ ແລະ
ຮັບມືກັບບັນຫາດັ່ງກ່າວ

